Promotion

🗣 ໂປຣທີ່ຫລາຍຄົນຖາມຫາມາແລ້ວ
ຕ້ອນຮັບເດືອນມີນາ ອາຈານອ້ອຍໃຈດີແຈກໂປຣ ສະແກນນິ້ວມື 5 ຄົນ ແຖມ 1 ຄົນໄປເລີຍ
ຄຸ້ມກວ່ານີ້ບໍ່ມີອີກແລ້ວ ຮີບຈອງກ່ອນຄິວເຕັມ ເພາະຄູອ້ອຍໃຫ້ຄຳປຶກສາໄດ້ຈຳນວນຈຳກັດຕໍ່ວັນ.
ລາຍລະອຽດຂອງການສະແກນນິ້ວມືສາມາດເບິ່ງຕາມ Link ຂ້າງລຸ່ມນີ້

#ອີງຕາມຫລັກວິທະຍາສາດບໍ່ແມ່ນດູມໍ
#ຊ່ວຍໃຫ້ພໍ່ແມ່ເຂົ້າໃຈລູກ
#ຮູ້ຈຸດເດັ່ນແລະຈຸດດ້ອຍເພື່ອພັດທະນາເດັກ
#ຄູ່ມືໃຫ້ພໍ່ແມ່ເຂົ້າໃຈລູກ

ສະບາຍດີຫມູ່ເພື່ອນ…ທາງ Inborn Talent by NST Laos ຂໍເຊີນຊວນພໍ່ແມ່ທຸກໆທ່ານຜູ້ທີ່ມີຄວາມສົນໃຈເລື່ອງການສະແກນລາຍຜິວນິ້ວມືທີ່ສຳພັນກັບສະຫມອງດ້ວຍນະວັດຕະກຳ Dermatoglyphics ມາຮ່ວມຟັງການບັນຍາຍຈາກຜູ້ຊ່ຽວຊານທີ່ມີປະສົບການເຖິງ 15 ປີ ເຊິ່ງຈະເຮັດໃຫ້ທ່ານເຂົ້າໃຈເຖິງສັກກະຍະພາບຂອງລູກທີ່ມີມາຕັ້ງແຕ່ກຳເນີດ, ເພື່ອເປັນແນວທາງໃນການລ້ຽງລູກໃຫ້ທ່ານໂດຍບໍ່ຕ້ອງເສຍເວລາລອງຜິດລອງຖືກ ເຊິ່ງຈະຊ່ວຍໃຫ້ພໍ່ແມ່ສາມາດພັດທະນາລູກໄປຕາມຄວາມຖະຫນັດທີ່ລູກມີແລະພໍ່ແມ່ຍັງຈະສາມາດຊ່ວຍສົ່ງເສີມທັກສະດ້ານທີ່ລູກມີມາຫນ້ອຍໃຫ້ພັດທະນາດີຂຶ້ນໄດ້.
ການບັນຍາຍຈະຈັດຂຶ້ນໃນວັນເສົາທີ່ 13/03/21 ແລະ ອາທິດທີ່ 14/03/21 ເວລາ 10ໂມງເຊົ້າ ທີ່ໂຮງແຮມທິຣະ (Tera Hotel) ແລະ ທາງ Inborn Talent ຈະມີການສະແກນລາຍນິ້ວມືແລະວິເຄາະຄວາມຖະຫນັດເບື້ອງຕົ້ນໃຫ້ຟຣີໂດຍບໍ່ມີຄ່າໃຊ້ຈ່າຍ.
ພິເສດ: ທາງ Inborn Talent by NST Laos ຈະມີ promotion ສຳລັບພໍ່ແມ່ທີ່ສົນໃຈອອກປຶ້ມໃຫ້ລູກໃນມື້ບັນຍາຍນີ້ດ້ວຍ.
ທ່ານສາມາດຕິດຕໍ່ຈອງບ່ອນໄດ້ທີ່ເບີ WhatsApp: 02055665455 ເນື່ອງຈາກບ່ອນມີຈຳນວນຈຳກັດ.
Supavana Sunthornnun
Inborn Talent สแกนลายผิวนิ้วมือเพื่อค้นหาศักยภาพมนุษย์
https://m.facebook.com/377219656168750

ກິດຈະກຳພິເສດແລະພັນທະມິດທາງທຸລະກິດ

ກິດຈະກຳພິເສດ

ການໃຫ້ຄຳປຶກສາການພິດທະນາຊີວິດແລະການເຮັດວຽກ

ທ່ານທີ່ຕ້ອງການທີ່ປຶກສາສ່ວນບຸກຄົນຫຼືບຸດຫຼານຂອງທ່ານໃຫ້ຮູ້ແນວທາງການພັດທະການຮຽນ ການວາງແຜນຊີວິດ ການອອກແບບການກຳໜົດເປົ້າໝາຍຊີວິດ
ໂດຍ ປອ.ນາລາ ກິດຕິເມທີກຸນ

ຫຼັກສູດການພັດທະນາຄວາມຄິດສ້າງສັນສຳຫຼັບໄວລຸ້ນດ້ວຍການຖ່າຍພາບ

ການສ້າງທັກສະຄວາມຄິດສ້າງສັນຂອງໄວລຸ້ນເພື່ອການກຽມຄວາມພ້ອມໃນການພັດທະນາຊີວິດ ຮຽນຮູ້ການໃຊ້ຈິນຕະນາການໃນການສ້າງສັນຄວາມຄິດແລະການເຊື່ອມໂຍງໄປສູ່ການຖ່າຍທອດສູ່ຜູ້ອື່ນ ຮຽນຮູ້ການຮັບຟັງຄວາມຮູ້ສຶກຂອງຜູ້ອື່ນຜ່ານພາບຖ່າຍ
ໂດຍ ປອ.ນາລາ ກິດຕິເມທີກຸນ

ຫຼັກສູດການຄົ້ນຫາເປົ້າຫຼາຍຊີວິດສຳຫຼັບຜູ້ໃຫຍ່

ກິດຈະກຳການສ້າງຄວາມເຂົ້າໃຈຊີວິດຂອງຕົວເອງດ້ວຍກະບວນການທີ່ໄດ້ຮັບການອອກແບບແລະພິສູດມາກແລ້ວໃນຫຼາຍປະເທດທົ່ວໂລກ ທ່ານສາມາດຮຽນຮູ້ລະບົບການຄິດແລະການຕັ້ງຄວາມຄິດຕໍ່ຕົນເອງ ເພື່ອການຄົ້ນພົບເປົ້າຫຼາຍແລະການອອກແບບແຜນການດຳເນິນຊີວິດ
ໂດຍ ປອ.ນາລາ ກິດຕິເມທີກຸນ

ໃຫ້ບໍລຶການເປັນທີ່ປຶກສາການພັດທະນາແລະການແກ້ປັນຫາທາງທຸລະກີດ ການອອກແບບອົງກອນ ການສ້າງແບຣນ ການຂັດການຊັບພະຍາກອນມະນຸດ ການຄົ້ນຄວ້າແລະວິໄຈການຕະຫຼາດ ການສຶກສາການລົງທຶນ
ໂດຍ ປອ.ນາລາ ກິດຕິເມທີກຸນ

ພັນທະມິດທາງທຸລະກິດ

KindyROO

 ແມ່ນສູນພັດທະນາເດັກກ່ອນໄວຮຽນທີ່ແນ່ໃສ່ ການພັດທະນາລະບົບປະສາດ ແລະ ຮ່າງກາຍຂອງເດັກ (neuro-physiological) ຈາກອົດສະຕຣາລີ ເຊິ່ງໄດ້ຮັບການພັດທະນາມາກວ່າ 35 ປີ ແລະ ມີສາຂາຢູ່ 22 ປະເທດທົ່ວໂລກ. ຫລັກສູດຄິນດີຣູແນ່ໃສ່ຊ່ວຍພັດທະນາພື້ນຖານລະບົບປະສາດ ແລະ ຮ່າງກາຍຂອງເດັກອ່ອນນັບແຕ່ ອາຍຸ 6 ອາທິດຂຶ້ນໄປຮອດອາຍຸ 6 ປີ ໃຫ້ເຂັ້ມແຂງ ເພື່ອກ້ຽມພ້ອມ ກັບການຮຽນຮູ້ ແລະ ການພັດທະນາທາງ ຄວາມຄິດໃຫ້ມີປະສິດທິຜົນສູງສູດໃນອານາຄົດ.

ໂຮງຮຽນທຳອິດທີ່ໃຫ້ຄວາມສຳຄັນຕໍ່ການພິດທະນາເດັກນ້ອຍ ດ້ວຍການນຳໃຊ້ການຝຶກທັກສະທັ້ງ 7 ດ້ານຮ່ວມກັບການຄົ້ນຫາສັກກະຍະພາບທີ່ມີມາພ້ອມເດັກນ້ອຍຈັ້ງແຕ່ເກິດ ດ້ວຍສາດຂອງ Dermatoglyphic

ສູນຄິນດີຣູພວກເຮົາເປີດຮັບສະຫມັກນັກຮຽນແຕ່ 2 ເດືອນ ເຖິງ 6 ປີ

ຮຽນ 1 ຊົ່ວໂມງ/ອາທິດ

ຂໍ້ມູນເພີມເຕີມ www.kindyroolaos.com

tel: 020 55143645

Artsawin Montessori

ແມ່ນໂຮງຮຽນໃນເຄືອຂອງ Inbond Talent ທີ່ໄດ້ມີການນຳໃຊ້ຄວາມຮູ້ຈາກສາດຂອງ Dermatoglyphic ເພື່ອການພັດທະນາການຮຽນຮູ້ຂອງເດັກນ້ອຍໃຫ້ກົງຕໍ່ສັກກະຍະພາບທີ່ມີນຳເດັກນ້ອຍມາແຕ່ເກິດ ແມ່ນໂຮງຮຽນທຳອິດຂອງ ສປປ ລາວ

ຜົນງານ

ຜົນງານ @Artsawit School

ທ່ານນາງ ອາລິຍະພອນ ສຸລິຍະ
ຜູ້ອຳນວຍການໂຮງຮຽນອັດສະວິນ

Ann review (ອາລິຍະພອນ ສຸລິຍະ)

ປົກກະຕິແມ່ແອນບໍ່ຄ່ອຍຣີວີວຫຍັງ ຖ້າບໍ່ດີແທ້ກະບໍ່ຍ້ອງ

ຄົງຈະບໍ່ມີຫຼາຍຄົນດອກທີ່ຈະຮູ້ວ່າ ເກີດມາເພື່ອຫຍັງ, ເກີດມາລະເກັ່ງຫຍັງ, ມີພອນສະຫວັນຫຍັງແດ່ ແລະ ຕ້ອງໃຊ້ພອນສະແຫວງເຕີບໜື່ງເພື່ອຊິຮູ້ວ່າໂຕເກັ່ງຫຍັງ ຖະນັດຫຍັງແດ່

ສະແກນລາຍນີ້ມື inborn talent by NST

ແມ່ແອນເຮັດຫມົດຄອບຄົວ ພໍ່ແມ່ລູກ

ຂໍອະທິບາຍໜ້ອຍໆວ່າ ການສະແກນລາຍນີ້ວມືດີ ແນວໃດ?

ເປັນການຄົ້ນຮູ້ຄວາມສາມາດຂອງຄົນ ສາມາດຮູ້ໄດ້ແຕ່ກຳເນີດ, ເຊີ່ງທີ່ຈີງແລ້ວ ລາຍນີ້ວມື ຫຼື ຢີນແມ່ນກໍ່ຂື້ນແຕ່ເດັກຍັງຢູ່ໃນທ້ອງແມ່

ເປັນພັນທຸກຳ ກຳມະພັນທາງ DNA ໝາຍເຖີງລູກແມ່ນເປັນຜົນຂອງຢີນຂອງແມ່+ຢີນຂອງພໍ່, ລູກໄດ້ແມ່ ຫຼື ໄດ້ພໍ່

1. ສຳລັບແມ່ແອນ ຫຼື ສຳລັບບຸກຄົນທີ່ເປັນຜູ້ໃຫຍ່

ແມ່ແອນເຊື່ອວ່າຕົນເອງເປັນຄົນມີຄວາມສາມາດ ອາດຈະບໍ່ໄດ້ເກັ່ງຫຼາຍ, ແຕ່ເວລາຮຽນກະຢູ່ໃນເກນຮຽນດີ ຫຼືວ່າ ເດັກໜ້າຫ້ອງ

ຕອນເຮົາຈົບມໍ6 ເຮົາບໍ່ຮູ້ວ່າຊິຮຽນຕໍ່ສາຍໃດ ເລີຍຂໍພໍ່ໄປຮຽນ design ຢູ່ໄທ ບໍ່ຄິດຫຍັງຫຼາຍບໍ່ຮູ້ວ່າໂຕມັກດອກ ຄິດແຕ່ວ່າມີຄອນໂດ ມີຄົນຮູ້ຈັກຢູ່ໄທກະເລີຍຄິດຢາກໄປຊື່ໆ, ສະໄຫມນັ້ນປີ 2006. ພໍ່ບໍ່ເຫັນດີ ຮຽນມາກະເປັນແຕ່ຕັດສີ້ນໃຫ້ຄົນນຸ່ງຊິວະ 😏😏

ດ້ວຍຄວາມບໍ່ຮູ້ກະເລີຍຖາມໄປວ່າ ຊັ້ນອີ່ພໍ່ແນະນຳແດ່ວ່າຮຽນຫຍັງ, ພໍ່ບອກວ່າ ຖຽງເກັ່ງກະໄປຮຽນກົດໝາຍ ໄປເປັນທະນາຍແມະ ຫຼື ກະຮຽນເສດຖະສາດ

ກະເລີຍຮຽນໆ ເສດ ເພາະໃກ້ເຮືອນ, ຮຽນໄປຊັ້ນລະ

ຕໍ່ມາໄດ້ໄປຮຽນຢູ່ປະເທດອາເມລິກາ, ກະຍັງບໍ່ຮູ້ວ່າຊິໄປຕໍ່ສາຍໃດຄືກັນ ໝົດເງີນໄປເປັນແສນໆ$ ສຸດທ້າຍບໍ່ຮູ້ໂຕເອງ.. ແຕ່ລະມື້ກະຂີ່ລົດໄປຂີ່ລົດກັບ ແຕ່ເຮືອນ-ມະຫາໄລ, ມະຫາໄລ-ເຮືອນ, ສະບາຍ ລົດພໍ່ກະຊື້ໃຫ້ຂີ່ຢູ່ພຸ້ນ

ບາດນີ້ກະກັບມາແຫລະເນາະ, ກະເຮັດວຽກ ຈາກນັ້ນກະອອກມາເຮັດທຸລະກິດ ກະໄປໄດ້ດີ ແຕ່ກະມີຄວາມສຸກແດ່ບໍ່ມີແດ່

ກະໄປລົງຮຽນນຳຄູເງາະ ครูเงาะ รสสุคนธ์ กองเกตุ, acting coach ຊື່ດັງຢູ່ໄທ, ເພື່ອຢາກຮູ້ວ່າເຮົາມີ passion ດ້ານໃດ, ກະຮຽນກະເຮັດບົດທົດສອບກັບຄູເງາະ

ກະຮູ້ແດ່ແລ້ວວ່າມັກຫຍັງ ແລະ ຄູເງາະບອກຖ້າຍັງບໍ່ຮູ້ ຫຼື ຢາກຮູ້ແບບແມ້ນໆ ບໍ່ຕ້ອງເດົາກະໃຫ້ໄປສະແກນລາຍນີ້ວມືເພື່ອເບີ່ງຄວາມສະຫຼາດໂຕເອງ (ບໍລິສັດໃດກະໄດ້ ຂໍແຕ່ໃຫ້ຖືກນັກວິເຄາະເກັ່ງກະພໍ)

ເຮົາເຊີ່ງຮູ້ຈັກນັກວິເຄາະຄົນໜື່ງຢູ່ແລ້ວ ເບີ່ງລາວມາຫຼາຍປີ ເພາະເຮົາຄົນຄິດຫຼາຍກະຢ້ານແບບຊິເປັນໄທຕົ້ມລາວແດ່

ຫຼັງຈາກເຮັດແລ້ວ, ເຮົາຮູ້ກ່ຽວກັບໂຕເອງ, ຄືວ່າໂຕເອງຕາສະຫວ່າງ, ຖ້າຮູ້ແນວນີ້ກ່ອນຈົບມໍ6ນະ ເຮົາຄືຊິບໍ່ລອງຜິດລອງຖືກມາຈົນທຸກມື້ນີ້

ສຳລັບແມ່ແອນ ຄົ້ນພົບວ່າພອນສະຫວັນທີ່ແທ້ຈີງຂອງເຮົາແມ່ນເດັ່ນເປັນຜູ້ຊ່ຽວຊານດ້ານນັກວິຊາການ ທີ່ຮູ້ເລິກຮູ້ຈີງໃນດ້ານຂໍ້ມູນ, ເດັ່ນການວາງແຜນການຈັດການ, ເໝາະຈະເປັນນັກວິຊາການສະເພາະທາງ ເພາະເປັນຄົນທີ່ມັກເຈາະຈີ້ມຂໍ້ມູນ ບໍ່ມັກຮູ້ຫຍັງເຜີນໆ

ໃນດ້ານສີລະປະ ເຮົາມີຄວາມໂດດເດັ່ນເຊື່ອງໃນທາງວິຊາການ, ເດັ່ນການອອກແບບ (ວ່າລະນະ) 

ເດັ່ນດ້ານດົນຕີ, ການຟັງ, ເດັ່ນສາຍຕາ ແລະ ການອ່ານຫນັງສື

ຕອນນີ້ເຮົາເລີຍຮູ້ທິດທາງທຸລະກິດທີ່ເຮົາຢາກເຮັດ, ຕອນນີ້ເຮົາຕັດສີນໃຈເຮັດໂຮງຮຽນອະນຸບານໃນຮູບແບບການສອນແບບຕ່າງປະເທດ

ຮູ້ສຶກວ່າມີຄວາມໝັ້ນໃຈຫຼາຍໃນໜ້າວຽກ, ມີpassion, ຕື່ນນອນມາເຮັດວຽກ 3-4ໂມງເຊົ້າກະໄດ້ ເພາະໃຈສູ້ ລະເຮັດຍີ່ງເຮັດຍີ່ງມີຄວາມສຸກ(ນີ້ແຫລະວຽກທີ່ຂ້ອຍຢາກເຮັດ)

ສະຫຼຸບລະແມ່ນ, ຖ້າໃຜຍັງບໍ່ຮູ້ວ່າຊິເຮັດວຽກຫຍັງເຮັດທຸລະກິດຫຍັງໃຫ້ມາສະແກນລາຍນີ້ວມືສາ 12,750ບາດ ແຕ່ຮູ້ແນວທາງວ່າຊິເຮັດຫຍັງ ເພາະຖ້າລົງມືໄປແທ້ໆ ຫມົດເງີນຫຼາຍກວ່ານີ້

ຖ້າເຮັດໄປລະບໍ່ແມ່ນແນວທີ່ມັກແຮງຫມົດເງີນໄປຊື່, ອັນນີ້ເຮົາໄດ້ຮູ້ຈຸດເດັ່ນຈຸດດ້ອຍຂອງໂຕເອງ, ຈັ່ງຮູ້ວາງແຜນງານວ່າ ຈຸດດ້ອຍເຮົາແມ່ນເຮົາຊິຊອກໃຜມາຊ່ວຍແທນ

2. ລູກ

ແມ່ແອນເຮັດໃຫ້ລູກທັງ2 ເພາະຢາກໃຫ້ຮູ້ວິທີລ້ຽງລູກຢ່າງແທ້ຈີງ, ຢາກຮູ້ຈຸດເດັ່ນຈຸດດ້ອຍຂອງລູກ, ຢາກລ້ຽງລູກ ແລະ ສົ່ງເສີມລູກໃຫ້ຖືກກັບພອນສະຫວັນ

ບໍ່ຢາກໃຫ້ລູກມາງົມທາວຫາພອນສະຫວັນຄືເຮົາ, ລູກບໍ່ຮູ້ດອກວ່າພອນສະຫວັນແມ່ນຫຍັງໃນຕອນນີ້ ແຕ່ສຸດທ້າຍແລ້ວຊີວິດເປັນຂອງລູກ ເມື່ອເຂົາໃຫຍ່ມາເຮົາກະຊິໃຫ້ເຂົາເລືອກຊີວິດເຂົາເອງ

ແຕ່ເຮົາກະສາມາດຊ້ອມເຂົາແຕ່ນ້ອຍໄປ ເພື່ອດືງທັງຈຸດແຂງ ແລະ ເສີມຈຸດອ່ອນໃຫ້ເຂົາ

ນັກວິເຄາະແນະນຳຕັ້ງແຕ່ການລ້ຽງລູກ, ນິໄສ ອາລົມລູກ, ການເວົ້ານຳລູກ, ນໍ້າສຽງ ແລະ ຄຳເວົ້າທີ່ພໍ່ແມ່ຈະເວົ້ານຳລູກວ່າຄວນເວົ້າແນວໃດ

ລູກເຮົາຕ້ອງສອນແບບໃດ

ເອະຣິ : ສະຫມອງທັງ2ຂ້າງ ຊ້າຍຂວາ balance (ຫາຍາກ)
– ເດັ່ນພາສາທຸກດ້ານ, ການສະແດງອອກແນວຄວາມຄິດ, ການເລົ່າເລື່ອງ ຍີ່ງພັດທະນາຍີ່ງໄປໄດ້ໄກ
– ມີພາວະຄວາມເປັນຜູ້ນຳສູງ, ວິເຄາະພາບເຫດການແບບເປັນເຫດເປັນຜົນ
– ມີຄວາມຖະນັດທຸກດ້ານ, ການຮຽນຮູ້ຫຼາຍຊ່ອງທາງ ທັງຕາເບີ່ງ, ຫູຟັງ ແລະ ການລົງມືເຮັດ (ຫມາຍເຖີງວ່າຊິສອນແນວໃດ ນາງຮັບໄດ້ຫມົດ)
– ດ້ານສີນລະປະ ໃນດ້ານການອອກແບບເດັ່ນ

ເອເດັນ : ບໍ່ຕ່າງກັບເອະຣິ ເພາະເດັກ2ຄົນນີ້ໄດ້ພໍ່ ແລະ ເກືອບຈະບໍ່ໄດ້ແມ່ປານໃດ
ແຕ່ເອເດັນເປັນ super cognitive style ໝາຍເຖີງເດັກຜູ້ນີ້ຂ້ອນຂ້າງລ້ຽງຍາກ ເພາະມີຄວາມເປັນຕົວຂອງຕົວເອງສູງຫຼາຍ, ໝັ້ນໃຈໃນຕົນເອງ ກ້າຄິດກ້າທຳ
ແມ່ແອນວ່າການສະແກນລາຍນີ້ວມືແມ່ນທາງລັດໃຫ້ແມ່ເຂົ້າໃຈລູກ, ຮູ້ວ່າຊິສອນລູກວິທີໃດ, ນັກວິເຄາະຍັງແນະນຳວ່າຄວນຮຽນສາຍສາຂາວິຊາໃດແດ່ ຈະເຮັດອາຊີບໃດ 
ເພາະເຮົາເຫັນຜົນອອກມາເປັນຕົວເລກ ທາງວິທະຍາສາດ ລັກສະນະດຽວກັບ FBI

3. ຄອບຄົວ: ຄູ່ຜົວເມຍ

ການເຮັດວິເຄາະ ແລະ ອ່ານຜົນໃນແບບຄູ່ຮັກ ຈະຊ່ວຍໃຫ້ເຮົາຮູ້ນິໄສທີ່ເຊື່ອງຊ້ອນຂອງກັນແລະກັນ, ມີຄວາມເຫັນໃຈກັນ ເຂົ້າໃຈກັນ ບໍ່ຕັ້ງຄຳຖາມໃສ່ກັນວ່າເປັນຫຍັງຜົວຄືເວົ້າແນວນີ້ ເປັນຫຍັງເມຍເຮົາຄືເວົ້າຍາກ ບໍ່ຟັງ, ເປັນຫຍັງຜົວມັກອັນນີ້ ແຕ່ເມຍມັກອັນນັ້ນ, ເປັນຫຍັງຄວາມຄິດບາງເທື່ອກະບໍ່ໄປທາງດຽວກັນ

ສາລະພັດບັນຫາຜົວເມຍ, ຄືຮູ້ໆກັນ

ເຄີຍໄດ້ຍິນວ່າຫຼາຍໆຄົນທີ່ເກືອບຈະແຍກທາງການ ເມື່ອໄດ້ສະແກນ ແລະ ອ່ານຜົນແບບຄູ່ຮັກ ກະປັບຕົວເຂົ້າຫາກັນ ແລະ ກັບມາຄືນດີກັນ

ສະນັ້ນ ເຮົາແນະນຳໃຫ້ໃຜທີ່ຂ້ອນຂ້າງມີບັນຫາການຄົ້ນຫາຕົນເອງ, ປັນຫາການລ້ຽງລູກ ຫລື ການບໍ່ເຂົ້າໃຈກັນຂອງຄູ່ຜົວເມຍ

ຖ້າຄິດວ່າແພງ, ລອງຄິດວ່າເຮັດເທື່ອດຽວ ແຕ່ໃຊ້ໄດ້ຕະຫຼອດຊີວິດ ສະແກນແລ້ວບໍ່ສາມາດສະແກນເພີ່ມອີກ ເພາະສະແກນຈັກເທື່ອອ່ານຜົນກະເໝືອນເດີມ

ຖ້າຄິດວ່າແພງ, ລອງເອົາລາຄາ 12,750 ບາດ ມາຫານໃຫ້ຈຳນວນວັນໃນ1ປີ 2ປີ ຫລື 3ປີລອງເບີ່ງວ່າຊິຕົກວັນລະທໍ່ໃດ

ສຳລັບຂ້ອຍ, ຈ່າຍຄ່າໄຟຄ່ານໍ້າເດືອນດຽວກະຊຳ່ກັບເຮັດປື້ມໃຫ້ລູກໄດ້ລະ

ຫຼື ຈ່າຍປະກັນຊີວິດຂອງຂ້ອຍຄົນດຽວຍັງແພງກວ່າ ພວກເຮົາ4ຄົນເຮັດສະແກນຫມົດຄອບຄົວແລ້ວ

ອັນນີ້ຈ່າຍໄປບໍ່ຖີ້ມ ແຕ່ຈ່າຍປະກັນປີລະຫຼາຍແສນບາດ ຊຳ່ຈ່າຍໄປຖີ້ມໆ ຮອດບໍ່ໄດ້ໄປນອນໂຮງໝໍໃຊ້ປະກັນຊໍ້າ

ອາລິຍະພອນ ສຸລິຍະ
ຜູ້ອຳນວຍການ ໂຮງຮຽນ ລ້ຽງເດັກ-ອະນຸບານ ອັດສະວິນ

#ຂອບໃຈສະແກນລາຍນີ້ວມື_InbornTalent

ໂຮງຮຽນ ລ້ຽງເດັກ-ອະນຸບານ ອັດສະວິນ

ຜົນງານ @Viryla Montessori School